មរតកឪពុក ជាប្រភេទរឿងខ្លី ដែលបានសរសេរជាភាសាឡាវ កាលពីឆ្នាំ២០០៨។ រឿងនេះសរសេរជាភាសាឡាវ សម្រាប់ធ្វើជាកិច្ចការរបស់លោកសាស្ត្រចារ្យមុខវិជ្ជា សំណេរ ឆ្នាំទី៤ ផ្នែកអក្សរសាស្ត្រឡាវ កាលនោះលោក បានលើកយករឿងខ្លី ទាំងឡាវ និងបរទេសផ្សេងទៀតជាច្រើនរឿង ដើម្បីបង្ហាញពីវិធីផ្សេងៗនៃការតែងនិពន្ធ។ មិនតែប៉ុណ្ណោះ លោកបានលើកយកវិធីសាស្ត្រតែងនិពន្ធរបស់អ្នកនិពន្ធឡាវ និងចំណុចសំខាន់ៗជាច្រើនទៀត ស្តីពីការបង្កើតគ្រោងរឿង ការដាក់ចំណងជើង...
ខាងក្រោមនេះជាអត្ថបទរឿង មរតកឪពុក ដែលបានប្រែចេញពី (homework) របស់ខ្ញុំកាលនៅរៀន ឆ្នាំ២០០៨។
នៅក្នុងការផ្សាយគ្រានេះខ្ញុំ និងដាក់ផ្សាយជូន នូវអត្ថបទរឿងជាភាសាឡាវ និងភាសាខ្មែរ។
> ភាសាឡាវ <
ມໍໍລະດົກຂອງພໍ່
“ອີ່ພໍ່... ອີ່ພໍ່... ອີ່ພໍ່... ລູກກັບມາແຕ່ໂຮງຮຽນແລ້ວ!!! ພໍ່ລື່ມສັນຍານຳລູກແລ້ວບໍ? ພໍ່ສັນຍາກັບລູກວ່າ ຈະໃຫ້ ຂອງຂວັນລູກ ຖ້າລູກເສັງໄດ້...ດຽວນີ້ລູກເສັງໄດ້ທີສອງເຂົ້າ ມ.ຊ ແລ້ວ.” ລູກສາວດາວອນສະແດງຄວາມ ຍິນດີເວລາ ເສັງເຂົ້າ ມ.ຊໄດ້ເພື່ອເອົາຂອງຂວັນ
“ແມ່ນບໍ່ລູກ... ພໍ່ຍິນດີດ້ວຍ...ພໍ່ບໍ່ລື່ມຄຳສັນຍາດອກ ພໍ່ຈະຊື້ລົດຈັກຄັນໃໝ່ໃຫ້ລູກສາວຂອງພໍ່ແທ້...ຢາກໄດ້ລຸ້ນ ໄດ້ລູກ?” ພໍ່ຖາມລູກສາວ.
“ລູກຢາກໄດ້ລຸ້ນ YAMAHA Fino....ຂອບໃຈພໍ່” ລູກສາວຕອບຄຳຖາມພໍ່ຢ່າງຟ້າວຟັງ.
ຕອນແລ້ງມືນີ້ຄົບໜ້າຕາສະມາຊິກຂອງຄອບຄົວຂອງທ່ານຄຳຮູ້ ມີຄວາມເບີກບານມ່ວນຊືນເປັນຢ່າງດີ ເພາະລູກສາວກົກຂອງເຂົ້າເຈົ້າເສັງໄດ້ໄປຮຽນວິຊາທ່ອງທ່ຽວທີ່ ມ.ຊ ... ສ່ວນທ່ານຄຳຮູ້ ລາວເປັນພະນັກງານຂອງແຂວງວຽງຈັນມີຖານະຕຳແໜງສູງຂອງແຂວງ ແລະລາວກໍເປັນຄົນເຈົ້າຊູ້ ໜ້າຕາດີ....ເວລາວ່າງລາວມັກໄປທ່ຽວສາວເລືອຍໆ...
.......................................................................
ດາວອນເປັນສາວທີ່ມີມົນສະເໜເປັນຢ່າງດີ...ຕັ້ງແຕ່ໄດ້ມາຮຽນທີ່ວຽງຈັນ ລາວໃຊ້ຈ່າຍເງິນຟຸມເຟືອຍ ຫຼາກຫຼາຍ ຮູບແບບ ມີໝູ່ເພື່ອນຫຼາຍຈົນນັບບໍ່ຖ້ວນ. ລາວມາຮຽນທີ່ ມ.ຊ ລາວພັກຢູ່ນອກ...ເພາະລາວເປັນລູກຂອງຜູ້ຮັ່ງມີ ບໍ່ມັກຢູ່ແອອັດນຳໝູ່ໃນຫໍພັກ...ສອງປີຜ່ານມານີ້ລາວມີ ແຟນສອງຄົນແລ້ວ. ການທີ່ບໍ່ຢູ່ໃຕ້ການຄຸ້ມຄອງຂອງຄູ່ອາຈານ ເຮັດໃຫ້ສາວນ້ອຍ ແລະໝູ່ມີໂອກາດທ່ຽວຫຼິ້ນຈົນຮອດກາງຄືນ ບາງ ມື້ຄ້າງຄືນກໍມີ ມັກເຂົ້ານອນເດຶກ ແລະຕື່ນສວຍ...ສ່ວນການສຶກສາຂອງລາວຫຼຸດລົງອ່ອນໄປເລື່ອຍໆ. ດາວອນ ບໍ່ແມ່ນຄົນທີ່ຮຽນເກັ່ງຄືແຕ່ກ່ອນອີກແລ້ວ ແລະພໍ່ແມ່ຢູ່ບ້ານກໍມີວຽກງານຫຼາຍບໍ່ມີເວລາ ມາຕິດຕາມ ການສຶກສາຂອງລູກສາວດອກ.
ມື້ອື່ນນີ້ ທ່ານຄຳຮູ້ ມີການປະຊຸມຢູ່ນະຄອນຫຼວງວຽງຈັນ ສາມມື້.
“ດວງຕາ ມື້ອື່ນອ້າຍຈະໄປປະຊຸມທີ່ວຽງຈັນ ນ້ອງຈັດເຄື່ອງໃຫ້ອ້າຍແດ່” ທ່ານຄໍາຮູ້ບອກເມຍໃຫ້ ກ່ຽມເຄື່ອງໃຫ້ເພື່ອເດີນທາງ.
“ນ້ອງຂໍໄປນຳອ້າຍແດ່...ນ້ອງຈະໄປຫຼິ້ນນຳດາວອນ.” ດວງຕາເວົ້າ.
ໃນຄວາມຄິດຂອງທ່ານຄຳຮູ້ແມ່ນບໍ່ຢາກເອົາເມຍໄປນຳ ເພາະລາວຢ້ານຈະບໍ່ມີໂອກາດປ່ຽນລົດນິຍົມໃໝ່ ບັນຍາກາດໃໝ່. ບາງຄັ້ງຈະໄດ້ພົບເພື່ອນເກົ່າ ລາວກໍຈະໄດ້ໄປຫຼິ້ນຢູ່ຮ້ານນ້ອຍ, ບາ, ພັບໃຫ້ໝົດທັງສາມຄືນເລີຍ. ທ່ານຄໍາຮູ້ກໍເປັນຄົນທີ່ມັກໄປເຮຮາ, ທ່ຽວຫຼິ້ນເປັນປະຈໍາເມື່ອມີໂອກາດມາເຮັດວຽກຢູ່ວຽງຈັນ.
“ໂອ!! ເຈົ້າເວົ້າຫຍັງມື້ກີ້ນີ້...ອ້າຍບໍ່ໄດ້ຍິນ” ຄໍາຮູ້ບໍ່ໄດ້ເອົາໃຈຟັງເມຍ ເພາະກໍາລັງຄິດໃນໃຈ.
“ຂ້ອຍຂໍໄປວຽງນຳອ້າຍແດ່ ຈະໄດ້ໄປຫຼິ້ນນຳລູກສາວເຮົາແດ່” ເມຍທວນຄໍາຖາມໃຫ້ຜົວຝັງ.
“ບໍ່...ບໍ່!!! ຂ້ອຍໄປປະຊຸມນຳຜູ້ໃຫຍ່ ແລະກໍບໍ່ມີເວລາພາເຈົ້າໄປໃສໄດ້ດອກ...” ລາວປະຕິເສດ.
“ເຈົ້າບໍ່ໃຫ້ຂ້ອຍໄປນຳ...ສົງໄສວ່າຈະໄປຫາແຟນເກົ່າຕີບໍ?” ເມຍເວົ້າໃຫ້ຜົວທັງຮ້າຍ.
ຕື່ນເຊົ້າມື້ນີ້,...ດວງຕາກ່ຽມເຄື່ອງໃຫ້ຜົວຮຽບຮ້ອຍ, ສ່ວນທ່ານຄຳຮູ້ ຂັບລົດໃໝ່ຂອງລາວເພື່ອ ເດີນທາງໄປ ປະຊຸມ. ການເດີນທາງຂອງລາວ
ປະມານ ສາມຊົ່ວໂມງກໍມາເຖິງບ່ອນເຮັດວຽກ...ຢູ່ບ່ອນເຮັດວຽກລາວໄດ້ພົບປະສັງສັນກັບໝູ່ເພື່ອນທີ່ເຄີຍຮຽນຢູ່ໂຮງຮຽນດ້ວຍກັນຫຼາຍໆຄົນອີກ...ລາວເບຼກລົດປັບ ເປີດປະຕູອອກຈາກລົດມາ...ບັງເອີນໝູ່ຂອງລາວ, ແສງໃສ ແລະຄຳແດງ ອອກມາພໍດີ.
“ໂອ! ສະບາຍດີໃສ...ແດງ...ດີຫຼາຍທີ່ໄດ້ພົບພວກມຶງ. ມຶງມາຫຍັງນີ້? ສະບາຍດີບໍ?” ລາວເວົ້າທັກທາຍ ເພື່ອນ ເກົ່າທັງສອງ.
“ສະບາຍດີຢູ່ດອກ...ເປັນຈັ່ງໃດລູກເມຍມຶງສະບາຍດີຢູ່ບໍ?” ຄໍາແດງຖາມຄືນ.
“ເອີ! ກໍດີ! ດຽວນີ້ລູກສາວເຮົາມາຮຽນຢູ່ ມ.ຊ ແລ້ວ” ຄໍາຮູ້ຕອບດ້ວຍຄວາມດີໃຈ.
“ເອີ! ຄຳແດງ...ເປັນຈັ່ງໃດ ຄືນນີ້ ຈະມີບ່ອນຈອດບໍ່ຫວາ?” ຄຳຮູ້ຖາມຄຳແດງເລື່ອງເວລາເລີກ ປະຊຸມຄືນນີ້ຈະ ໄປລ້ຽງຢູ່ໃສ ບ່ອນນັ້ນມີຜູ້ສາວບໍ?
“ສຽ່ວເອີຍ...ບໍ່ຕ້ອງຫວງເລີຍບັນຫານີ້. ເຮົາມີບ່ອນໜຶ່ງ ສາວໆຫາກໍມາໃໝ່ໆໄດ໋! ຖ້າເຮົາບໍ່ມັກ ເຮົາກໍມີເຮືອນ ພັກຂອງບັກດຳຢູ່ແຖວໃກ້ T2 ມັນຊ່ຽວຊານດ້ານນີ້ເຫວີຍ!!! ແຂກໄປນອນປັບໃຫ້ມັນຊອກໄດ້ໂລດ!” ຄຳແດງ ອະທິບາຍໃຫ້ຄຳຮູ້ ກ່ຽວກັບການພັກເຊົາຄືນນີ້..
“ຈັ່ງໃດ ຂ້ອຍໝັ້ນໃຈກັບສ່ຽວແລ້ວ”
ປະມານສິບຫານາທີ ຫຼັງການສົນທະນາ ທັງສາມຝ່າຍກໍເຂົ້າໄປປະຊຸມ...ໜ້າຂອງຄຳຮູ້ເບິ່ງໄປຄືບໍ່ມີຂວັນ ໃນຕົວເລີຍ ຄືຄົນລະເມີເຝີຝັນໄປຫາເລື່ອງອີື່ນ ຈິດໃຈຄືຈະຂາບເວລາໃຫ້ໄວຈະໄດ້ເລີກການປະຊຸມ.
ບໍ່ດົນປານໃດ ການລໍ້ຄ່ອຍດ້ວຍໃຈຈົດຈໍກໍມາເຖິງ ສ່ຽວທັງສາມຄົນ ກໍໄດ້ອອກຈາກກ້ອງປະຊຸມ ຂັບລົດໄປຫາ ຮ້ານກິນດື່ມແຫ່ງໜຶ່ງ ທີ່ມີຄົນຫຼາຍສົມຄວນ... ແຕ່ຫາກເຮົາສັງເກດໃຫ້ຄົບຮອບໄປເຮົາເຫັນ ວ່ານັກກິນດື່ມມີ ແຕ່ຄົນ ສູງອາຍຸປະມານແຕ່ 40-45ປີ... ຫາກລ້ຽວໄປແຈຂວາມືເຮົາເຫັນທັງສາມສ່ຽວກໍາລັງກິນເບຍ ແລະວິສະກີ ພ້ອມດ້ວຍຂອງແກ້ມເຕັມໂຕະ. ຄຳຮູ້ເວົ້າເລື່ອງໂຄງຈະໄປພັກເຊົາຄືນນີ້..ສ່ວນຄຳແດງໂທຈອງຫ້ອງໃຫ້ແລ້ວ.
“ຄຳແດງ ຄືນນີ້ມຶງບໍ່ໄປຫາເດັກໃຫ້ຂ້ອຍບໍ?” ຄຳຮູ້ຖາມແບບລັກສະນະຍ້ອງຄຳແດງ.
“ບໍ່ຕ້ອງຫວງ ມຶງໄປເຮືອນພັກຂອງບັກດຳໂລດ, ບັກດຳຈະໂທຫາພວກຂະເທີຍ ໃຫ້ຊອກໃຫ້ຢູ່ດອກ. ຢາກໄດ້ຮຸ້ນໃດ,..ເທົ່າໃດ?” “ບັກດາໍເຮືອນພັກແຖວ ເຕ2 ນີ້ຫວາ? ” ຄຳຮູ້ຖາມຍາໍ່ຄວາມຂອງຄຳແດງ.
“ແມ່ນແລ້ວ!” ຄໍາແດງຕອບດ້ວຍໝັ້ນໃຈ.
“ok.....” ສ່ວນສອງສ່ຽວອີກພາກັນກັບບ້ານ..
ດ້ວຍຊານຂອງເຄື່ອງດື່ມເຊືອມຊຳຕົວຂອງຄຳຮູ້ແລ້ວ...ຕອນນີ້ລາວຂັບລົດບໍ່ໄວປານໃດ. ບໍ່ດົນລົດກໍລອຍ ເຂົ້າເຮືອນພັກດີກວ່າວະ,...ໃນເຖລະເວລາບໍ່ເດິກປານໃດ. ຢູ່ໜ້າເຮືອນພັກຫຼັງນີ້ ມີໄຟສີຢ່າງສວຍງາມ ໜ້າຈະ ພັກເຊົາ ມີອາງລອຍນ້ຳ ແລະສວນປະກອບດ້ວຍດອກໄມ້ນານາສີປະປົນກັນຢູ່ເປັນຢ່າງໜ້າເບິ່ງສົມໃນຄາໍ່ຄືນ... ແສງລັດສະໝີສີສັນເຮັດໃຫ້ເຮືອນຫຼັງດັ່ງກ່າວປຽບສະເໝືອນວິມານຂອງເທວະໃນຖານສຸຫວັນ...
“ສະບາຍດີອ້າຍ...ອ້າຍຕ້ອງການຫ້ອງນອນບໍ?” ເຈົ້າຂອງເຮືອນພັກຖາມແຂກ.
“ຫ້ອງຂ້ອຍໂທຈອງແຕ່ສວາຍແລ້ວ.” ຄໍາຮູ້ຕອບ
“ໂອ! ໂອ! ຂໍໂທດ ອ້າຍແມ່ນອ້າຍ ຄໍາຮູ້ແມ່ນບໍ?” ເຈົ້າຂອງເຮືອນຖາມ.
“ແມ່ນແລ້ວ....ຂ້ອຍນີ້ຄຳຮູ້, ຂ້ອຍຕ້ອງການຫ້ອງນອນ...ລາຄາເທົ່າໃດ?” ຄໍາຮູ້ຊີ້ແຈ້ງ ແລະຖາມຄືນ.
“ຖ້າວ່າອ້າຍຈອງກ່ອນ ຄືນລະ ສອງແສນກີບ ເພາະວ່າອ້າຍເປັນໝູ່ຂອງອ້າຍແດງ ເປັນອ້າຍຮັກຂອງນ້ອງ...” ເຈົ້າຂອງເຮືອນພັກສະແດງຄວາມເຄົາລົບຄຳຮູ້ຄືອ້າຍຮັກ ເພາະວ່າຄຳຮູ້ເປັນໝູ່ຂອງອ້າຍ ຄຳແດງເປັນອ້າຍ ຮັກ ຂອງລາວ.
“ອ້າຍຄຳຮູ້ ມີຕ້ອງການຫຍັງໃຫ້ນ້ອງຊ່ວຍບໍ?” ເຈົ້າຂອງເຮືອນພັກຖາມ.
ດຽວນີ້ໄດ້ໂອກາດຂອງຄຳຮູ້ ມາເຖິງແລ້ວ “ອ້າຍຕ້ອງການຜູ້ສາວມານອນນຳ... ນ້ອງຊອກໄດ້ບໍ?” ຄາໍຮູ້ຖາມດ້ວຍສຽງເບົາໆ.“ບໍ່ຕ້ອງຫວງອ້າຍ ຖ້າປັບດຽວ...ຮັບປະກັນໄດ້ເລີຍ...” ເຈົ້າຂອງເຮືອນພັກກໍໂທຫາອີ່ນ້ອຍ ເຊິ່ງລາວເປັນຜູ້ຊອກຫາລູກຄ້າໃຫ້ແຂກ ທີ່ຕ້ອງການຜູ້ສາວມານອນນຳຢູ່ຮ້ານ ບັນເທີງ.
“ຫາໂລ! ນ້ອຍຫວ່າ?”
“ແມ່ນແລ້ວ...ອ້າຍມີແຂກຕ້ອງການຜູ້ສາວແມ່ນບໍຈ໋າ...?” ນາງນ້ອຍຖາມເຈົ້າຂອງເຮືອນພັກ.
“ຄືນນີ້ອ້າຍຕ້ອງການໃຫ້ແຂກຜູ້ນຶ່ງຫາກໍມາແຕ່ຕາມແຂວງ..”
“ໄດ້ເລີຍອ້າຍດຳ...ຄືນນີ້ມີໝູ່ຂອງໝູ່ນ້ອງຜູ້ໜຶ່ງ...ໂອຍໜ້າຕາດີຈັ່ງເລີຍອ້າຍ!!”
ທັງສອງຄົນສົນທະນາ ແລະເຈລະຈາກັນນານປະມານ ຫ້ານາທີ ຫຼັງຈາກຈົບການສົນທະນາກັບນາງ
ນ້ອຍ...ເຈົ້າຂອງເຮືອນພັກ ພັດມາບອກແຂກດ້ວຍຄວາມດີໃຈ.
“ອ້າຍຄຳຮູ້ຖ້າບຶດໜຶ່ງ ຜູ້ສາວຈະມາແລ້ວ...ລາວເປັນຄົນງາມ, ລາວບໍ່ແມ່ນຄົນຫາເງິນ ແຕ່ລາວຢາກປ່ຽນມືຖືລຸ້ນໃໝ່ກໍຢາກມາບໍລິການ....ຄັກໄດ໋ອ້າຍ...” ເຈົ້າຂອງເຮືອນພັກອະທິບາຍຮູບຊົງໜ້າຕາຂອງຜູ້ສາວຄົນນັ້ນໃຫ້ຄຳຮູ້ຟັງ. ຄຳຮູ້ດ້ວຍຄວາມເມົ່າມົວເຫຼົ້າ ກໍຍອມຮັບດ້ວຍຄວາມດີໃຈ.
“ດີໆ...ລາຄາເທົ່າໃດ..?”
“ໜຶ່ງລ້າຍກີບອ້າຍ” ເຈົ້າຂອງເຮືອນພັກຕອບ.
ຕອນນີ້ຄຳຮູ້ອາບນຳ້ແລ້ວນອນຖ້າຜູ້ສາວຄົນນັ້ນ ລາວເປີດໄຟແດງມົວໆເພື່ອນອນ...ບໍ່ດົນປານໃດເຈົ້າຂອງ ເຮືອນພັກພາສາວຄົນນັ້ນມາເຂົ້າຫ້ອງ..
ປະມານເຄິ່ງຊົ່ວໂມງ ສອງຄົນກໍໄດ້ກັນຮຽບຮ້ອຍ...ຜູ້ສາວຄົນນັ້ນກໍເອົາຜ້າເສດຕົວເຂົ້າໄປຫ້ອງນຳ້...ເວລາສາວ ນ້ອຍເປີດປະຕູຫ້ອງນ້ຳ ຄຳຮູ້ເບິ່ງຜູ້ສາວຊ້ຳນ້ອຍ ພ້ອມທັງເອົາມືມາເຊັດຕາທັງສອງໜ່ວຍ...ແລ້ວຂຶ້ນ ມານັ່ງບົນ ຕຽງທັງຄິດໃນໃຈວ່າ “ຢູ່ນະວຽງນີ້ ຜູ້ສາວມີຫຼາຍ ເປັນໄປບໍ່ໄດ້ດອກ.” ລາວກໍຈັບເອົາຊ່ອງຢາ ແລະດຶງເອົາກອກ ໜຶ່ງອອກມາສູບເພື່ອໃຫ້ຈິດໃຈປອດໂປ່ງຂຶ້ນ...ລາວໄດ້ດູດຢາດ້ວຍລົມຫາຍໃຈຍາວໆ ແລ້ວປ່ອຍຄວັນອອກມາ ຕາມ ດັງ ປົນກັບສຽງລົມຫາຍໃຈອອກ. ຂະນະນັ້ນລາວກໍໄອ້ຂຶ້ນມາ “ອະຫະໆໆ! ອະເຫາະໆໆ! ແອມ...!” ສຽງໄອນີ້ ໄດ້ຈູງໃຈໃຫ້ ຜູ້ທີ່ກໍາລັງອາບນ້ໍາຕິດຕາມຟັງຢ່າງເອົາໃຈໃສ່ ເພາະລາວຄິດວ່າສຽງນີ້ຄືເຄີຍຍິນ ແຕ່ລາວບໍ່ສາມາດ ຟັງໄດ້ຢ່າງຈະ ແຈ້ງເພາະວ່າສຽງໄອ້ນັ້ນມັນປະສົມກົມກື້ນກັບສຽງຂອງນ້ຳທີ່ໄຫຼ່ຈາກດອກບົວ ແລະສຽງຂອງບັນດາສິລະປິນ ໃຕ້ດິນທີ່ ກຳລັງເຮຮາຮ້ອງເພງໃນສວນຫຍ້າອ່ອນຂ້າງໜ້າຫ້ອງພັກນະຍາມລາຕີນການ ສະນັ້ນລາວບໍ່ກ້າສັນນິຖານວ່າເປັນສຽງຜູ້ໃດແທ້.
ຫຼັງຈາກອາບນ້ຳແລ້ວສາວນ້ອຍກໍເປິດປະຕູຫ້ອງນ້ຳອອກ (ລາວອາດຈະມາເອົາເຄື່ອງຈຳ ເປັນອັນໃດອັນນຶ່ງ...) ລັດສະໝີຂອງດອກໄນອ່ອນໃນຫ້ອງນາໍ້ສ່ອງອອກມາເຮັດໃຫ້ຄົນອ້າວເຖ້ົາຄົນນີ້ຕົກຕະລຶ້ງເກືອບເປັນຫົວໃຈຫວາຍ.... ສ່ວນອາການເມົາມົວຂອງລາວກໍ່ດີຂຶ້ນປານກິນຢາທິບ... ລາວກໍຕັ້ງສະຕິເກັບເສື້ອຜ້າ ແລະປະເງິນໄວ້ເທິງຕຽງ ໜຶ່ງລ້ານກີບ ແລ້ວກໍຂັບລົດອອກຈາກເຮືອນພັກທັງກາງຄືນໂດຍບໍ່ເວົ້າຈັກຄຳ.
ສ່ວນຜູ້ສາວຊ້ຳນ້ອຍເມື່ອແຕ່ງກາຍຮຽບຮ້ອຍແລ້ວກໍອອກມາ... ລາວແໜມເບິ່ງຜູ້ຊາວຄົນນັ້ນແຕ່ບໍ່ໄດ້ເຫັນ...ເພື່ອຄວາມແນ່ໃຈ ນາງກໍ່ເປີດໄຟ ແຕ່ສິ່ງທີ່ນາງໄດ້ເຫັນສຳຜັດແມ່ນເງິນແລະຢາສູບ ນາງກໍ່ເກັບເອົາ ເງິນແລ້ວກໍຍ່າງ ອອກມາຂ້າງນອກຖາມເຈົ້າຂອງເຮືອນພັກ, ເຈົ້າຂອງເຮືອນພັກ ໄດ້ບອກພຽງແຕ່ຊື່ຂອງແຂກໃຫ້ສາວນ້ອຍໄດ້ຮູ້ ພຽງແຕ່ໄດ້ຍິນຊື່...ລາວເກືອບຈະຂາດໃຈ. ແຕ່ແລ້ວກໍມີແນວຄິດອັນນຶ່ງອອກມາຂັດຂວາງ “...ຄົນຊື່ຄຳຮູ້ມີນັບ ບໍ່ຖ້ວນໃນລາວ ມັນຕ້ອງບໍ່ແມ່ນແນ່ໆ.”
ເວລາໄປຮອດບ້ານ, ຄຳຮູ້ບໍ່ໄດ້ເວົ້າຈານຳລູກນຳເມຍ ເກັບຕົວແຕ່ໃນຫ້ອງນ້ອນ ບໍ່ຢາກເຂົ້າ ບໍ່ຢາກນ້ຳ. ສະໝອງຂອງລາວໄດ້ບັນທຶກຮູບພາບໃນຄາໍ່ຄືນນັ້ນ...ມັນຍັງມາຫຼອກລອງໃຫ້ລາວເຫັນຕະຫຼອດບໍ່ວາຫຼັບຕາ ຫຼືເປີດຕາ.
7ມີື້ຕໍ່ມາຮ່າງກາຍຂອງລາວຊົດໂຊມຫຼາຍ... ສຳນຶກເຫັນຮູບພາບທີ່ລາວໄດ້ກະທຳ ຜ່ານມາລາວມີຄວາມເສຍ ໃຈ....ກໍເລີຍຕັດສິນໃຈວ່າຈະເອົາຊີວິດຂອງລາວຝາກກັບເຊືອກເສັ້ນນຶ່ງ ແລະງ່າໄມ້ຢູ່ຫຼັງບ້ານ, ເພື່ອລຶບ ລ້າງ ຄວາມອັບອ້າຍ ຊົ່ວຊາ ແລະຈິດໃຈອັນອັບປະລະຂອງລາວບໍ່ໃຫ້ຄົນທັງໂລກໄດ້ເຫັນໜ້າລາວອີກຕໍ່ໄປ ລາວບັນຈົບຊີວິດຂອງລາວເພື່ອໃຫ້ໄກຈາກຮອຍຍິ້ມຂອງຄົນຮັກຂອງລາວ.
ມ.ຊ
ຈົ່ມໂນ ລຶກ
> ភាសាខ្មែរ < (អានត)
No comments:
Post a Comment